7 ສິ່ງທີ່ຄວນເຮັດເມື່ອອຸປະຕິເຫດທາງລົດ
ໃນກໍລະນີເກີດອຸບັດຕິເຫດ ເຊື່ອວ່າຫຼາຍຄົນຕື່ນຕົກໃຈທີ່ຈະເຮັດບາງຢ່າງໂດຍບໍ່ຮູ້ວ່າຈະເຮັດຫຍັງກັບເຫດການທີ່ເກີດຂື້ນ ມື້ນີ້ເຮົາຈະແນະນຳ ສິ່ງທີ່ທ່ານຄວນເຮັດໃນກໍລະນີທີ່ເກີດອຸບັດຕິເຫດ. ເພື່ອໃຫ້ທ່ານສາມາດໄດ້ຮັບການຊ່ວຍເຫຼືອ ແລະ ບໍ່ສູນເສຍຜົນປະໂຫຍດທີ່ທ່ານຄວນຈະໄດ້ຮັບ ລວມທັງເວລາປະກັນໄພລົດທີ່ທ່ານໄດ້ເຮັດໄວ້ ຈະໄດ້ຮັບແກ້ໄຂຢ່າງງ່າຍດາຍດັ່ງຕໍ່ໄປນີ້
1. ຢຸດລົດ
ໃຫ້ທ່ານຢຸດລົດທັນທີ ເຖິງແມ່ນວ່າອຸບັດຕິເຫດັນັ້ນແມ່ນອຸບັດຕິເຫດນ້ອຍໆ, ຢ່າຍ້າຍລົດຈົນກວ່າທ່ານຈະສາມາດຕົກລົງກັນໄດ້ວ່າຜູ້ໃດເປັນຄົນຜິດ. ທາງທີ່ດວນໃຫ້ເຈົ້າຫນ້າທີ່ຕຳຫລວດມາຂີດເສັ້ນຂອງອຸບັດຕິເຫດກ່ອນ, ແຕ່ທ່ານຢູ່ໃນສະຖານທີ່ປ່ຽວ ຫ້າມລົງຈາກລົດ ໃຫ້ຈື່ເລກທະບຽນ ແລະ ລາຍລະອຽດຕ່າງໆຂອງຄູ່ກໍລະນີ ແລະ ສະຖານທີ່ເກີດເຫດໄວ້ ແລ້ວກໍ່ຮີບດ່ວນຈາກສະຖານທີ່ເກີດເຫດໄປຫາຕຳຫຼວດໃຫ້ໄວທີ່ສຸດ
2. ຢ່າເວົ້າ
ຖ້າທ່ານຍັງບໍ່ແນ່ໃຈວ່າໃຜຜິດ ການຂໍໂທດອາດຈະເຮັດໃຫ້ຄູ່ກໍລະນີອ້າງວ່າທ່ານໄດ້ຂໍໂທດຍ້ອນວ່າທ່ານຜິດ. ແຕ່ຖ້າທ່ານກ່າວໂທດຄຸ່ກໍລະນິ ມັນອາດຈະເຮັດໃຫ້ຄູ່ກໍລະນີບໍ່ພໍໃຈຈົນເຮັດໃຫ້ສະຖານະການຈະຮ້າຍແຮງຂື້ນ ສະນັ້ນຄວນລໍຖ້າເຈົ້າໜ້າ ທີ່ກ່ຽວຂ້ອງເຂົ້າມາກວດກາກ່ອນເປັນການດີທີສຸດ.
3. ໃຫ້ຂໍ້ມູນ ແລະ ຊອກຫາຂໍ້ມູນ
ທ່ານຄວນໃຫ້ຂໍ້ມູນເຊັ່ນ: ຊື່, ທີ່ຢູ່, ທະບຽນລົດ ແລະ ຊື່ປະກັນໄພທີ່ທ່ານມີ ໃຫ້ກັບຄູ່ກໍລະນີ ຫລື ເຈົ້າໜ້າທີ່ຕຳຫຼວດ ແລະ ທ່ານກໍ່ຄວນຂໍຂໍ້ມູນຈາກຄູ່ກໍລະນີເຊັນກັນ ຖ້າອີກຝ່າຍບໍ່ໃຫ້ ໃຫ້ທ່ານຈື່ລາຍລະອຽດຕ່າງໆ ຂອງຄູ່ກໍລະນີເອົາໄວ້ ໂດຍສະເພາະເລກທີ່ລົງທະບຽນ
4. ແຈ້ງຕຳຫຼວດ
ທຸກໆຄັ້ງທີ່ມີອຸບັດຕິເຫດເກີດຂື້ນບໍ່ວ່າຈະນ້ອຍ ຫລື ຄູ່ກໍລະນີຍອມຮັບຜິດກໍ່ຕາມ ຖ້າອີກຝ່າຍໄປລາຍງານຕໍ່ ຕຳຫຼວດໃນເວລາຕໍ່ມາ ເຈົ້າໜ້າທີ່ສະຫຼຸບວ່າທ່ານເປັນຜູ້ຫລົບໜີ ແລ້ວທ່ານຈະເປັນຜູ້ຜິດໃນທຸກກໍລະນີ. ຖ້າຕຳຫຼວດບໍ່ມາບ່ອນເກີດເຫດ ທ່ານຄວນໄປຫາເຈົ້າຫນ້າທີ່ ເພື່ຶອໃຫ້ເຈົ້າໜ້າມາທີ່ເຫັນສະຖານທີ່ ແລະແຕ້ມຕຳແໜ່ງ ຂອງລົດ ຖ້າບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ໄດ້ ໃຫ້ທ່ານ ແລະ ຄູ່ກໍ່ລະນີເຮັດຫນັງສືຢືນຢັນເຫດການທີ່ເກີດຂື້ນແບບງ່າຍໆ ແລະ ເຊັນຊື່ສອງຝ່າຍ ເພື່ອບໍ່ໃຫ້ຝ່າຍອື່ນປະຕິເສດຄວາມຮັບຜິດຊອບໃນພາຍຫລັງ ແລະຖ້າມີຄົນໄດ້ຮັບບາດເຈັບ ຫຼືການເສຍຊີວິດເກີດຂື້ນ ຕ້ອງແຈ້ງທັນທີເພາະວ່າບໍລິສັດປະກັນໄພລົດສ່ວນໃຫຍ່ບໍ່ຍອມຮັບການແຈ້ງຍ້ອນຫລັງ

5. ຊອກຫາພະຍານ
ໃນກໍລະນີເກີດອຸບັດຕິເຫດ ທ່ານຄວນຊອກຫາພະຍານຈາກຄົນໃນຂົງເຂດນັ້ນ. ຖ້າລາວເຫັນດີເປັນພະຍານໃຫ້ ໃຫ້ທ່ານຂໍຊື່ ແລະເບີໂທລະສັບເພື່ອຕິດຕໍ່ໄວ້
6. ຕົກລົງເລື່ອງຄ່າເສຍຫາຍ
ເຊິ່ງເຈົ້າໜ້າປະກັນໄພຈະຊ່ວຍແນະນຳວ່າຄວນໃຫ້ບໍລິສັດຊົດເຊີຍ ຫຼື ທ່ານຄວນຈ່າຍດ້ວຍຕົວເອງ ສິ່ງສຳຄັນຢ່າຟ້າວທີ່ຈະໄດ້ຮັບຂໍ້ສະເໜີ ຈາກຄູ່ກໍລະນີ ໃຫ້ທ່ານໄປໂຮງໝໍ ແລ້ວກວດຮ່າງກາຍ ແລະລໍຖ້າເບິ່ງໄລຍະໜຶ່ງກ່ອນ ເພື່ອໃຫ້ແນ່ໃຈວ່າທ່ານບໍ່ແມ່ນຫຍັງແທ້ໆ ເພາະວ່າຖ້າທ່ານຍອມຄວາມໄປແລ້ວ ການຮຽກຮ້ອງເອົາຄວາມເສຍຫາຍເພີ່ມເຕີມຈະມີຄວາມຫຍຸ້ງຍາກຫຼາຍ.
7. ຖ່າຍຮູບໄວ້ທັນທີ ເພື່ອເປັນຫລັກປະກັນ
ບາງຄົນມີກ້ອງຕິດຫນ້າລົດແລ້ວກໍ່ຄິດວ່າຈະຈະປອດໄພຈາກການຕຳແລ້ວຫນີ ແຕ່ຢ່າລືມວ່າເວລາເຮົາຖຶກຕຳສ່ວນໃຫຍ່ຈະຕຳຈາກດ້ານຫລັງ ຊີ່ງກ້ອງຈາກຫນ້າລົດນັ້ນບໍ່ສາມາດຈັບໄດ້ ບາງຄົນລົດຖືກຕຳ ລົງໄປເວົ້າກັນຢ່າງດີ ຮັບຜິດຊອບຜິດຖືກທຸກຢ່າງ ພໍແຍກຍ້າຍໄປໂທຫາປະກັນ ພັດຫນີໄປເລີຍກໍ່ມິ ບ່ອນນີ້ລະທີ່ເຮົາຕ້ອງຮອບຄອບໂດຍການລົງຈາກລົດໄປຖ່າຍຮູບປ້າຍທະບຽນລົດ ແລະຮ່ອງຮອຍການຖືກຕຳໄວ້ກ່ອນ ເພື່ອເກີດເຫດຫຍັງມາຈະໄດ້ມີຫລັກຖານ
ໃນກໍລະນີເກີດອຸບັດຕິເຫດ ບໍ່ວ່າຮູບແບບໃດກໍ່ຕາມ ຄວນຕັ້ງສະຕິແລ້ວໃຈເຢັນໆ ສາມາດນຳສີ່ງທີ່ແນະນຳໄປໃຊ້ ໃນແຕ່ລະສະຖານະການ ຖ້າຫາກມີປະກັນໄພລົດ ການປະກັນໄພຈະກຳຈັດທຸກຢ່າງ ໃຫ້ສຳລັບທ່ານ. ແຕ່ຖ້າທ່ານບໍ່ມີປະກັນໄພ ຕ້ອງມາເບີ່ງກັນວ່າຜູ້ໃດເປັນຝ່າຍຜິດ ຫຼື ຝ່າຍຖືກ
ທາງທີ່ດີຄວນມີປະກັນໄພລົດຍົນໄວ້ດີທີ່ສຸດເພາະວ່າບໍ່ວ່າລົດຈະດີປານໃດ ອຸປະຕິເຫດສາມາດເກີດຂື້ນກັບພວກເຮົາ.